ໂຄງການເຂດໃໝ່ວັງວຽງ


( ແບບຈຳລອງຮ້ານຄ້າປອດພາສີສາກົນຂະໜາດໃຫຍ່ )

ບໍລິສັດ ພັດທະນາເຂດໃໝ່ວັງວຽງລາວ ຈໍາກັດ (ຕໍ່ໄປເອີ້ນວ່າ: ບໍລິສັດໂຄງການ) ແມ່ນສ້າງຕັ້ງຂຶ້ນຈາກການຮ່ວມທຶນຂອງ AMPLE RAY (HONGKONG) LIMITED, ບໍລິສັດ ການລົງທຶນ YANGPU HONGFAN LIMITED ແລະ ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ; ເພື່ອຮັບຜິດຊອບການຊອກຫາແຫຼ່ງທຶນ, ການກໍ່ສ້າງ ແລະ ວຽກການບໍລິຫານການດຳເນີນທຸລະກິດ ຂອງໂຄງການພັດທະນາເຂດໃໝ່ວັງວຽງ (ຕໍ່ໄປເອີ້ນວ່າ: ໂຄງການເຂດໃໝ່ວັງວຽງ). ພາຍໃຕ້ການເປັນສັກຂີພິຍານຂອງ ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ໄດ້ມີການເຊັນ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງແຜນການ ແລະ ການລົງທຶນ ແລະ ບໍລິສັດຂ້າພະເຈົ້າ ໃນວັນທີ 08 ມີຖຸນາ 2018.

ໂຄງການເຂດໃໝ່ວັງວຽງ ຕັ້ງຢູ່ເບື້ອງຕາເວັນຕົກຂອງສາຍນ້ຳຊອງ, ເມືອງວັງວຽງ, ແຂວງວຽງຈັນ, ມີເນື້ອທີ່ປະມານ 70 ກິໂລຕາແມັດ, ມູນຄ່າການລົງທຶນທັງໝົດປະມານ 5.5 ຕື້ໂດລາສະຫະລັດ. ເຂດໂຄງການມີ 3 ດ້ານຖືກອ້ອມຮອບດ້ວຍສາຍພູຜາ ແລະ ອີກ 1 ດ້ານແມ່ນຕິດກັບສາຍນ້ຳຊອງ, ເປັນເຂດທີ່ມີທຳມະຊາດສວຍສົດງົດງາມ, ທັງເປັນເຂດຮວງຈຸ້ຍທີ່ດີເລີດ.

ໂດຍອີງໃສ່ສະພາບຄຸນລັກສະນະພິເສດ ແລະ ເງື່ອນໄຂດ້ານພູມສັນຖານ, ອີງຕາມສະພາບການພັດທະນາ ແລະ ທິດທາງການນຳໃຊ້ທີ່ດິນເພື່ອການພັດທະນາໃນໄລຍະຍາວຂອງໂຄງການເຂດໃໝ່ວັງວຽງ, ບໍລິສັດແມ່ນຈະໄດ້ອີງຕາມເງື່ອນໄຂສະເພາະຂອງການກໍ່ສ້າງຕົວເມືອງໃໝ່ ອອກແບບເທື່ອດຽວທົ່ວເຂດໂຄງການ ແລ້ວແບ່ງເປັນຫຼາຍໄລຍະໃນການພັດທະນາໂຄງການ, ພາຍໃຕ້ຫົວຂໍ້ “ປົກປັກຮັກສາທຳມະຊາດຂອງເມືອງວັງວຽງ”. ການວາງແຜນຜັງໂຄງສ້າງຂອງເຂດໂຄງການເຂດໃໝ່ວັງວຽງແມ່ນ: “2 ແກນ 7 ເຂດການພັດທະນາ”; ເຊິ່ງຄວາມໝາຍຂອງ “2 ແກນ” ໝາຍເຖິງ: 1 ແກນການພັດທະນາການທ່ອງທ່ຽວທາງທຳມະຊາດຕາເວັນອອກ - ຕາເວັນຕົກ ແລະ 2 ແກນການພັດທະນາການພົວພັນດ້ານເສດຖະກິດເໜືອ - ໃຕ້. ສ່ວນ “7 ເຂດ” ໝາຍເຖິງ: ການວາງເຂດໃຫຍ່ໃນການພັດທະນາທັງ 7 ເຂດຄື: 1 ເຂດກໍ່ສ້າງໄລຍະທຳອິດ, 2 ເຂດສຳຜັດກິດຈະກຳກາງແຈ້ງ, 3 ເຂດສູນກາງການຄ້າສາກົນ, 4 ເຂດພັກຜ່ອນຟື້ນຟູສຸຂະພາບສາກົນ, 5 ເຂດແລກປ່ຽນວັດທະນະທຳພຸດທະສາສະໜາ, 6 ເຂດປ່າໄມ້ພືດນາໆພັນ ແລະ 7 ເຂດພັກຜ່ອນຕາກອາກາດແບບທົ່ງນາ. ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການດ້ານການຢູ່, ການກິນ, ການທ່ຽວ, ການພັກຜ່ອນຂອງປະຊາຊົນ ແລະ ນັກທ່ອງທ່ຽວເທົ່ານັ້ນ, ຍັງສາມາດເປັນການແລກປ່ຽນ ແລະ ການເຜີຍແຜ່ທາງດ້ານວັດທະນະທໍາອີກດ້ວຍ.

ໂຄງການເຂດໃໝ່ວັງວຽງ ຈະແບ່ງການກໍ່ສ້າງອອກເປັນ 5 ໄລຍະ, ລວມໄລຍະການກໍ່ສ້າງທັງໝົດ 29 ປີ; ຫຼັງຈາກກໍ່ສ້າງແລ້ວ ໂຄງການເຂດໃໝ່ວັງວຽງ ຈະມີປະຊາກອນປະມານ 135,600 ຄົນ, ຈະມີນັກທ່ອງທ່ຽວປະມານ 9 ລ້ານເທື່ອຄົນຕໍ່ປີ. ເຂດໃໝ່ວັງວຽງ ທີ່ປາກົດຕໍ່ສາຍຕານັກທ່ອງທ່ຽວໃນທົ່ວໂລກຈະເປັນເມືອງທີ່ພຽບພ້ອມໄປດ້ວຍສິ່ງອຳນວຍຄວາມສະດວກເຊັ່ນ: ນ້ຳປະປາ, ໄຟຟ້າ, ຖະໜົນຫົນທາງ, ການສື່ສານ, ແກັດທຳມະຊາດ, ເສັ້ນທາງລົດລາງ, ສະໜາມບິນ, ໂຮງຮຽນ, ໂຮງໝໍ, ຫໍວາງສະແດງ, ວັດວາອາຣາມ, ສູນຟື້ນຟູສຸຂະພາບ, ສະຖານທີ່ພັກຜ່ອນ ແລະ ອື່ນໆ; ມີຂະແໜງທຸລະກິດທີ່ຄົບຖ້ວນ, ການຫຼອມເປັນອັນໜຶ່ງອັນດຽວທີ່ທັນສະໄໝລະຫວ່າງຕົວເມືອງ ແລະ ທຳມະຊາດ, ເປັນຕົວເມືອງສະຫຼາດແບບໃໝ່, ເຊິ່ງຈະການເປັນນາມບັດແຫ່ງການທ່ອງທ່ຽວຂອງ ສປປ ລາວ, ກາຍເປັນສວນຫຼັງບ້ານຂອງນະຄອນຫຼວງວຽງຈັນ, ເປັນເມືອງທ່ອງທ່ຽວລະດັບຊາດທີ່ມີເອກະລັກສະເພາະ, ເປັນສະຫວັນແຫ່ງການພັກຜ່ອນຂອງໂລກ.

ເປົ້າໝາຍການພັດທະນາເຂດໃໝ່ວັງວຽງຂອງບໍລິສັດໂຄງການຄື: ເຮັດໃຫ້ນັກທ່ອງທ່ຽວໃນທົ່ວໂລກມີພາບຄວາມຊົງຈຳທີ່ດີຕໍ່ກັບເຂດໃໝ່ວັງວຽງເຮັດໃຫ້ຢາກມາ, ບໍ່ຢາກຈາກ ແລະ ໄປແລ້ວກໍຍັງຢາກກັບມາ.