![cropped-Picture1.png cropped-Picture1.png](https://ihclaos.com/wp-content/uploads/2021/07/cropped-Picture1.png)
ບໍລິສັດ ທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດ ຜູ້ດຽວ (ຫຼື ເອີ້ນວ່າ IHC) ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2007 ຢູ່ທີ່ ສປປ ລາວ ໂດຍ ທ່ານປີຊາໄຊ ແກ້ວໄຊຍະຈັກ ທີ່ເປັນຄົນລາວເຊື້ອສາຍຈີນ. ດ້ວຍທຶນຈົດທະບຽນຄົງທີ່ຈໍານວນ 4ລ້ານ ໂດລາສະຫະລັດ ແລະ ມີພະນັກງານຫຼາຍກວ່າ 1.100 ຄົນ.
ບໍລິສັດ IHC ເປັນບໍລິສັດວິສາຫະກິດໜຶ່ງທີ່ໄດ້ຖືເອົາການລົງທຶນດ້ານພະລັງງານເປັນຫຼັກ ແລະ ຍັງລວມທັງເປັນທີ່ປຶກສາທາງດ້ານວິສາວະກໍາ ແລະ ການບໍລິການນໍາອີກ. ອີງໃສ່ຊັບພະຍາກອນທີ່ມີຢູ່, ສະຖານະການທາງດ້ານການເມືອງທີ່ໝັ້ນຄົງ, ມິດຕະພາບ ແລະ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ລາວ - ຈີນ, ການໃຫ້ການສະໜັບສະໜູນຂອງລັດຖະບານ ແລະ ຄວາມເຂັ້ມແຂງທາງດ້ານການເງິນຂອງປະທານບໍລິສັດ, IHC ຈຶ່ງກາຍເປັນວິສາຫະກິດໜຶ່ງທີ່ໃຫຍ່ທີ່ສຸດທາງດ້ານອຸດສາຫະກໍາພະລັງງານ ແລະ ໃຫ້ຄໍາປຶກສາທາງດ້ານການລົງທຶນ ແລະ ກໍ່ສ້າງວິສະວະກໍາໃນ ສປປ ລາວ.
ໃນປີ 2018, ບໍລິສັດ ລາວ ໄອເອັດຈ໌ຊີ ມາຍນິງ ຈໍາກັດຜູ້ດຽວ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ,ນອກຈາກນັ້ນ, ຍັງໄດ້ສ້າງຕັ້ງ ແລະ ໄດ້ຮ່ວມມືກັບ ລັດວິສາຫະກິດພັດທະນາແຮ່ທາດລາວ (ຫຼືເອີ້ນວ່າ LMD) ສາມໂຄງການຄື: ໂຄງການບໍ່ຄຳ, ທອງແດງ,ຊິລິໂຄນ ແລະ ບົກຊິດ. ບໍລິສັດ IHC ແມ່ນວິສາຫະກິດໜຶ່ງທີ່ໄດ້ຮັບການຍອມຮັບຈາກ ລັດຖະບານແຫ່ງ ສປປ ລາວ, ລັດວິສາຫະກິດໄຟຟ້າລາວ ແລະ ລັດວິສາຫະກິດພັດທະນາແຮ່ທາດລາວ, ພ້ອມທັງມີຊື່ສຽງ ແລະ ສ້າງຄວາມເພິ່ງພໍໃຈຫຼາຍໃນສັງຄົມນຳອີກ.
Company Area
![Structure](http://ihclaos.com/wp-content/plugins/revslider/public/assets/assets/transparent.png)
![](http://ihclaos.com/wp-content/uploads/2020/12/image_processing20191116-4-1o9km9i.jpg)
![](http://ihclaos.com/wp-content/uploads/2020/12/1_10871_02-e1606982776329.jpg)
![](http://ihclaos.com/wp-content/uploads/2020/12/1000x-1-e1606982465437.jpg)
![](http://ihclaos.com/wp-content/uploads/2020/12/malaysia-city-e1606981481657.jpg)
![](http://ihclaos.com/wp-content/uploads/2020/12/jakarta.jpg)
![](http://ihclaos.com/wp-content/uploads/2020/12/1558474_615389288534302_1936900255_n.jpg)
![](http://ihclaos.com/wp-content/uploads/2020/12/20190614dejyldsyadoo8hay.jpg)
![](http://ihclaos.com/wp-content/uploads/2020/12/melaka-e1606981454743.jpg)
![](http://ihclaos.com/wp-content/uploads/2020/12/surabaya-indonesia-e1606982634432.jpg)
![](http://ihclaos.com/wp-content/uploads/2020/12/reasons-why-expat-should-live-in-quezon-city-e1606982335186.png)
![](http://ihclaos.com/wp-content/uploads/2020/12/1123.png)
![](http://ihclaos.com/wp-content/uploads/2020/12/1123.png)
![](http://ihclaos.com/wp-content/uploads/2020/12/1123.png)
![](http://ihclaos.com/wp-content/uploads/2020/12/1123.png)
![](http://ihclaos.com/wp-content/uploads/2020/12/1123.png)
![](http://ihclaos.com/wp-content/uploads/2020/12/map1-1.png)
![](http://ihclaos.com/wp-content/uploads/2020/12/1123.png)
![](https://ihclaos.com/wp-content/uploads/2024/02/22-1.png)
![Investment Hydro Power Consultant Sole Co.,Ltd-English-2 Investment Hydro Power Consultant Sole Co.,Ltd-English-2](https://ihclaos.com/wp-content/uploads/2021/12/Investment-Hydro-Power-Consultant-Sole-Co.Ltd-Lao-6.png)
![Investment Hydro Power Consultant Sole Co.,Ltd-English-3 Investment Hydro Power Consultant Sole Co.,Ltd-English-3](https://ihclaos.com/wp-content/uploads/2022/02/Investment-Hydro-Power-Consultant-Sole-Co.Ltd-English-update-1.png)
ກຸ່ມບໍລິສັດ IHC ຢືດໝັ້ນສະເໝີມາໃນຫຼັກຄວາມຄິດທີ່ວ່າ: ຊື່ສັດສຸດຈະລິດ, ເຮັດແທ້ທໍາຈິງ, ຮ່ວມມືຮ່ວມໃຈ, ສ້າງສາພັດທະນາ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ໃນການສ້າງສາ-ພັດທະນາບໍລິສັດ ໃຫ້ຂະຫຍາຍຕົວ, ເຂັ້ມແຂງ ແລະ ກາຍເປັນບໍລິສັດແຫ່ງໜຶ່ງທີ່ດໍາເນີນກິດຈະການໃນຫຼາກຫຼາຍຂະແໜງການເຊັ່ນ: ການລົງທຶນດ້ານພະລັງງານ, ການກໍ່ສ້າງວິສະວະກຳ, ການພັດທະນາບໍ່ແຮ່, ອະສັງຫາລິມະສັບ, ການທ່ອງທ່ຽວ ແລະ ການພັດທະນາອຸດສາຫະກຳການຢາ. ຕັ້ງໜ້າຫ້າວຫັນຢ່າງຈິງຈັງໃນການປະຕິບັດແຜນຍຸດທະສາດການພັດທະນາປະເທດລາວໃຫ້ເປັນ “ປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ” ແລະ ຍຸດທະສາດການພັດທະນາ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຂອງຈີນ, ປະກອບສ່ວນໃນການເພີ່ມພູນທະວີສາຍພົວພັນມິດຕະພາບອັນຍາວນານ ລະຫວ່າງສອງຊາດລາວ ແລະ ຈີນ, ເປັນອີກໜຶ່ງກໍາລັງແຮງໃນການຊອກສະແຫວງຫາໂອກາດຊ່ວຍຍົກລະດັບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ຮັ່ງມີຜາສຸກຂຶ້ນເປັນກ້າວໆ.