ກ່ຽວກັບ ບໍລິສັດ

ບໍລິສັດ ທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດ ຜູ້ດຽວ (ຫຼື ເອີ້ນວ່າ IHC) ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2007 ຢູ່ທີ່ ສປປ ລາວ ໂດຍ ທ່ານປີຊາໄຊ ແກ້ວໄຊຍະຈັກ ທີ່ເປັນຄົນລາວເຊື້ອສາຍຈີນ. ດ້ວຍທຶນຈົດທະບຽນຄົງທີ່ຈໍານວນ 4ລ້ານ ໂດລາສະຫະລັດ ແລະ ມີພະນັກງານຫຼາຍກວ່າ 1.100 ຄົນ.

ບໍລິສັດ IHC ເປັນບໍລິສັດວິສາຫະກິດໜຶ່ງທີ່ໄດ້ຖືເອົາການລົງທຶນດ້ານພະລັງງານເປັນຫຼັກ ແລະ ຍັງລວມທັງເປັນທີ່ປຶກສາທາງດ້ານວິສາວະກໍາ ແລະ ການບໍລິການນໍາອີກ. ອີງໃສ່ຊັບພະຍາກອນທີ່ມີຢູ່, ສະຖານະການທາງດ້ານການເມືອງທີ່ໝັ້ນຄົງ, ມິດຕະພາບ ແລະ ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ລາວ - ຈີນ, ການໃຫ້ການສະໜັບສະໜູນຂອງລັດຖະບານ ແລະ ຄວາມເຂັ້ມແຂງທາງດ້ານການເງິນຂອງປະທານບໍລິສັດ, IHC ຈຶ່ງກາຍເປັນວິສາຫະກິດໜຶ່ງທີ່ໃຫຍ່ທີ່ສຸດທາງດ້ານອຸດສາຫະກໍາພະລັງງານ ແລະ ໃຫ້ຄໍາປຶກສາທາງດ້ານການລົງທຶນ ແລະ ກໍ່ສ້າງວິສະວະກໍາໃນ ສປປ ລາວ.

ໃນປີ 2018, ບໍລິສັດ ລາວ ໄອເອັດຈ໌ຊີ ມາຍນິງ ຈໍາກັດຜູ້ດຽວ ໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງການ,ນອກຈາກນັ້ນ, ຍັງໄດ້ສ້າງຕັ້ງ ​ແລະ ໄດ້​ຮ່ວມ​ມື​ກັບ ລັດວິສາຫະກິດພັດທະນາແຮ່ທາດລາວ (ຫຼືເອີ້ນວ່າ LMD) ສາມ​ໂຄງ​ການ​ຄື: ​ໂຄງ​ການບໍ່​ຄຳ, ທອງແດງ,ຊິລິໂຄນ ແລະ ບົກຊິດ. ບໍລິສັດ IHC ແມ່ນ​ວິ​ສາ​ຫະ​ກິດ​ໜຶ່ງ​ທີ່​ໄດ້​ຮັບ​ການຍອມ​ຮັບ​ຈາກ ລັດ​ຖະ​ບານ​ແຫ່ງ ສ​ປ​ປ ລາວ, ລັດ​ວິ​ສາ​ຫະ​ກິດໄຟ​ຟ້າ​ລາວ ແລະ ລັດວິສາຫະກິດພັດທະນາແຮ່ທາດລາວ, ພ້ອມ​ທັງມີ​ຊື່​ສຽງ ແລະ ສ້າງຄວາມ​ເພິ່ງ​ພໍ​ໃຈ​ຫຼາຍໃນ​ສັງ​ຄົມນຳອີກ​.

Company Area

IHC Shanghai Vientiane Manila Kuala Lumpur Jakarta Luangphabang Beijing Malacca Surabaya Quezon City IHC Laos IHC China IHC Malaysia IHC Phillipine IHC Singapore - Vientiane - Luangphabang - Shanghai - Beijing - Kuala Lumpur - Malacca - Quezon City - Manila - Jakarta - Singapore IHC Indonesia - Surabaya

ໂຄງສ້າງຂອງອົງກອນ

 

ວິໄສທັດ

ກຸ່ມບໍລິສັດ IHC ຢືດໝັ້ນສະເໝີມາໃນຫຼັກຄວາມຄິດທີ່ວ່າ: ຊື່ສັດສຸດຈະລິດ, ເຮັດແທ້ທໍາຈິງ, ຮ່ວມມືຮ່ວມໃຈ, ສ້າງສາພັດທະນາ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ໃນການສ້າງສາ-ພັດທະນາບໍລິສັດ ໃຫ້ຂະຫຍາຍຕົວ, ເຂັ້ມແຂງ ແລະ ກາຍເປັນບໍລິສັດແຫ່ງໜຶ່ງທີ່ດໍາເນີນກິດຈະການໃນຫຼາກຫຼາຍຂະແໜງການເຊັ່ນ: ການລົງທຶນດ້ານພະລັງງານ, ການກໍ່ສ້າງວິສະວະກຳ, ການພັດທະນາບໍ່ແຮ່, ອະສັງຫາລິມະສັບ, ການທ່ອງທ່ຽວ ແລະ ການພັດທະນາອຸດສາຫະກຳການຢາ. ຕັ້ງໜ້າຫ້າວຫັນຢ່າງຈິງຈັງໃນການປະຕິບັດແຜນຍຸດທະສາດການພັດທະນາປະເທດລາວໃຫ້ເປັນ “ປະເທດເຊື່ອມໂຍງເຊື່ອມຈອດໃນພາກພື້ນ” ແລະ ຍຸດທະສາດການພັດທະນາ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຂອງຈີນ, ປະກອບສ່ວນໃນການເພີ່ມພູນທະວີສາຍພົວພັນມິດຕະພາບອັນຍາວນານ ລະຫວ່າງສອງຊາດລາວ ແລະ ຈີນ, ເປັນອີກໜຶ່ງກໍາລັງແຮງໃນການຊອກສະແຫວງຫາໂອກາດຊ່ວຍຍົກລະດັບ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃຫ້ຮັ່ງມີຜາສຸກຂຶ້ນເປັນກ້າວໆ.