ເຂື່ອນໄຟຟ້າພະລັງນ້ຳນໍ້າກົງ

ເຂື່ອນໄຟຟ້າພະລັງນ້ຳນໍ້າກົງ 1 ແມ່ນສ້າງຂື້ນຢູ່ແມ່ນນໍ້າກົງ ແຂວງອັດຕະປືພາກໃຕ້ຂອງລາວ ເຊິງເປັນບໍລິເວນຈຸດເຊື່ອມຕໍ່ລະຫວ່າງລາວ, ຫວຽດນາມ ແລະ ກຳປູເຈຍ.  ແມ່ນ້ຳກົງໄຫຼຈາກທິດຕາເວັນອອກ ຫາ ທິດຕາເວັນຕົກ ແລະ ເປັນແມ່ນ້ຳສາຂາຝັ່ງຊ້າຍຂອງແມ່ນ້ຳເຊກອງ. ສະຖານທີ່ກໍ່ສ້າງເຂື່ອນຕັ້ງຢູ່ຫ່າງຈາກຕົວເມືອງຂອງແຂວງອັດຕະປືປະມານ 53 km ແລະ ຫ່າງຈາກນະຄອນຫຼວງວຽງຈັນ 958 km, ຫ່າງຈາກດາໜັງ ປະເທດຫວຽດນາມ 464 km ແລະ ຫ່າງຈາກບາງກອກ ປະເທດໄທ 1167 km. ເຂື່ອນໄຟຟ້ານໍ້າກົງ 1 ໄດ້ຖືເອົາການຄວບຄຸມໄພນໍ້າຖ້ວມ, ການຜະລິດໄຟຟ້າ, ຊົນລະປະທານ ແລະ ການທ່ອງທ່ຽວເປັນເປົ້າໝາຍຫຼັກໃນການພັດທະນາ ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ.  ລະດັບເຝົ້າລະວັງນໍ້າຖ້ວມຂອງເຂື່ອນແມ່ນຢູ່ທີ່ 320.80 m ສາມາດກັກເກັບນໍ້າໄດ້ 6.51×108 m3; ລະດັບນໍ້າໜ້າເຂື່ອນປົກກະຕິແມ່ນ 320.00 m, ສາມາດກັກເກັບນໍ້າໄດ້ 6.33×108 m3; ລະດັບນໍ້າຕາຍແມ່ນ 280.00 m ແລະ ສາມາດກັກເກັບນໍ້າໄດ້ປະລິມາມ 0.97× 108m3. ມີພື້ນທີ່ໃນການປັບ ແລະ ກັບເກັບນໍ້າ 5.36×108 m3 ແລະ ສາມາດຮອງຮັບໄດ້ຫລາຍປີ.  ໂຄງການແມ່ນ ໂຄງການກໍ່ສ້າງລະດັບສອງ (2) ຮອງຈາກສູງສຸດ,  ບັນດາສິ່ງກໍ່ສ້າງຫຼັກແມ່ນກໍ່ສ້າງຕາມມາດຕະຖານການກໍ່ສ້າງໂຄງການລະດັບ 2, ສິ່ງກໍ່ສ້າງຍ່ອຍແມ່ນກໍ່ສ້າງຕາມມາດຕະຖານລະດັບ 3 ແລະ ສິ່ງກໍ່ສ້າງຊົ່ວຄາວແມ່ນກໍ່ສ້າງຕາມລະດັບ 4, ກຳລັງການຕິດຕັ້ງຂອງເຂື່ອນໄຟຟ້ານໍ້າກົງ 1 ແມ່ນ 160 MW, ຈັກຜະລິດໄຟຟ້າແມ່ນ 2 ເຄື່ອງ ເຊິ່ງແຕ່ລະເຄື່ອງມີກໍາລັງການຜະລິດ 80 MW.  ກຳລັງການຜະລິດໄຟຟ້າສະເລ່ຍປະຈຳປີແມ່ນ 633 ລ້ານ KW/ຊົ່ວໂມງ.  ຊົ່ວໂມງການນຳໃຊ້ຈັກຜະລິດໄຟຟ້າແມ່ນ 3,959 ຊົ່ວໂມງ. 

ເຂື່ອນໄຟຟ້າພະລັງນ້ຳໆກົງ 1 ແມ່ນແຫຼ່ງພະລັງງານທີ່ສຳຄັນສຳລັບການປະກອບສ່ວນສ້າງ “ໝໍ້ໄຟ” ຂອງອາຊີຕາເວັນອອກສ່ຽງໃຕ້ຂອງລາວ ພ້ອມດ່ຽວກັນນີ້ຍັງເປັນແຫຼ່ງຜະລິດໄຟຟ້າທີ່ສໍາຄັນຕໍ່ລັດຖະບານລາວທີ່ຈະຂາຍກະແສໄຟຟ້າໃຫ້ແກ່ລັດຖະບານກຳປູເຈຍ ເຊິ່ງມີຄວາມໝາຍສຳຄັນຍິ່ງຕໍ່ການພັດທະນາຂະແໜງພະລັງງານໃນ ສປປ ລາວ.