ບໍລິສັດ ລາວ ໄອເອັດຈ໌ຊີ ມາຍນິງ ຈຳກັດຜູ້ດຽວ

ບໍລິສັດ ລາວ ໄອເອັດຈ໌ຊີ ມາຍນິງ ຈຳກັດຜູ້ດຽວ (Lao IHC Mining Sole Co., Ltd) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 12/10/2018 ພາຍໃຕ້ຂໍ້ກໍານົດ, ກົດລະບຽບ ແລະ ກົດໝາຍທີ່ ສປປ ລາວ ວາງອອກ, ໂດຍມີ ເລກລະຫັດວິສະຫະກິດ 01-00021748-451-6-(B/1); ເປັນບໍລິສັດລູກຂອງບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ (IHC), ທີ່ໄດ້ຮັບການສ້າງຕັ່້ງຂຶ້ນເພື່ອດຳເນີນການຄຸ້ມຄອງບໍລິຫານ ແລະ ຈັດຕັ້ງປະຕິບັດບັນດາໂຄງການແຮ່ທາດຕ່າງໆ ໃນ ສປປ ລາວ, ໂດຍມີຈຸດປະສົງທີ່ຈະພັດທະນາຕົນເອງໃຫ້ກາຍເປັນບໍລິສັດຂຸດຄົ້ນບໍ່ແຮ່ຂະໜາດໃຫຍ່ໃນລະດັບສາກົນ ທີ່ກວມເອົາ “ການລົງທຶນທາງດ້ານບໍ່ແຮ່ນັບຕັ້ງແຕ່ຊອກຄົ້ນ, ສໍາຫຼວດ, ສຶກສາຄວາມເປັນໄປໄດ້, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຈົນລວມໄປເຖິງການແປຮູບແຮ່ເຫຼົ່ານັ້ນໃຫ້ກາຍເປັນຜະລິດຕະພັນລະດັບສາກົນ” ເພື່ອຕອບສະໜອງຕາມຄວາມຕ້ອງການທາງດ້ານຊັບພະຍາກອນບໍ່ແຮ່ ຂອງຕະຫຼາດອຸດສາຫະກຳທັງພາຍໃນ ແລະ ຕ່າງປະເທດທີ່ນັບມື້ນັບເພີ່ມຂຶ້ນ.

ບັນດາໂຄງການບໍ່ແຮ່ທີ່ບໍລິສັດຈັດຕັ້ງປະຕິບັດ ຈະປະກອບສ່ວນເຂົ້້າໃນການພັດທະນາສ້າງສາປະເທດລາວ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ໃນເວລາດຽວກັນລັດຖະບານກໍ່ຈະໄດ້ຮັບຜົນປະໂຫຍດຈາກບັນດາໂຄງການຂຸດຄົ້ນບໍ່ແຮ່ ຄືດັ່ງລຸ່ມນີ້:

- ລັດຖະບານຈະໄດ້ມີສ່ວນຮ່ວມໃນການບໍລິຫານ ແລະ ຄຸ້ມຄອງການຊອກຄົ້ນແຮ່ທາດຕະຫຼອດໄລຍະການຜະລິດ.
- ໂຄງການຈະໄດ້ຮັບການພັດທະນາໃຫ້ກາຍເປັນໂຄງການຕົວແບບໃນການກ້າວເຂົ້າສູ່ຕະຫຼາດຫຼັກຊັບ ແລະ ເປັນທີ່ຍອມຮັບໃນລະດັບສາກົນ.
- ສາມາດສົ່ງອອກຜະລິດຕະພັນແຮ່ທາດຂອງລາວ.
- ໄດ້ຮັບຜົນປະໂຫຍດຈາກຄ່າຊັບພະຍາກອນ, ອາກອນກຳໄລ, ພາສີ-ອາກອນຈາກການສົ່ງອອກ, ອາກອນເງິນເດືອນຂອງພະນັກງານ ແລະ ຄ່າພາສີອາກອນດ້ານອື່ນໆຂອງໂຄງການ .
ສາມາດສ້າງວຽກເຮັດງານທຳຈໍານວນຫຼາຍພັນຕໍ່າແໜ່ງໃຫ້ແກ່ແຮງງານລາວໃນແຕ່ລະປີ.