ບໍລິສັດເຕັກໂນໂລຊີ ສື່ສານລາວ ຈຳກັດ

ບໍ​ລິ​ສັດ ເຕັກ​ໂນ​ໂລ​ຊີ​ສື່​ສານ​ລາວ ຈຳ​ກັດ (Lao Communication Technology Co., Ltd) ຫຼື​ເອີ້ນ​ຫຍໍ້​ວ່າ: LCT, ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 23 ສິງ​ຫາ 2018 ເຊິ່ງ​ເປັນ​ບໍ​ລິ​ສັດ​ຮ່ວມ​ທຶນ​ລະ​ຫວ່າງ ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ບໍ​ລິ​ສັດ ເຕັກ​ໂນ​ໂລ​ຊີ​ອາ​ວະ​ກາດ​ເສີນ​ເຫີ (ປັກ​ກິ່ງ) ​ແລະ ບໍ​ລິ​ສັດ ທີ່​ປຶກ​ສາ ດ້ານ​ການ​ລົງ​ທຶນ ແລະ ກໍ່ສ້າງ​ເຂື່ອນ​ໄຟ​ຟ້າ ຈຳ​ກັດ ຜູ້​ດຽວ (IHC). ທຸ​ລະ​ກິດຕົ້ນ​ຕໍ​ຂອງ LCT ແມ່ນ​ຄົ້ນ​ຄວ້າ​ພັດ​ທະ​ນາ, ຜະ​ລິດ, ປະ​ກອບ ແລະ ​ຈຳ​ໜ່າຍ​ອຸ​ປະ​ກອນ​ສື່​ສານທີ່​ທັນ​ສະ​ໄໝ. LCT ສາ​ມາດ​ຜະ​ລິດ​ອຸ​ປະ​ກອນ​ສື່​ສານ​ໄດ້ຫຼາຍ​ປະ​ເພດ ໃນ​ນັ້ນ​ປະ​ກອບ​ມີ: ໂທ​ລະ​ສັບ​ປອດ​ໄພ, ອຸ​ປະ​ກອນ​ສ້າງ​ເຄືອ​ຂ່າຍ​ດ້ວຍ​ຕົນ​ເອງ, ອ​ຸ​ປະ​ກອນ​ບັນ​ທຶກ​ພາບ​ແບບ​ພົກ​ພາ, ກ້ອງວົງ​ຈອນ​ປິດ, ຍົນ​ບໍ່​ມີ​ຄົນ​ຂັບ, ໂທ​ລະ​ສັບ​ດາວ​ທຽມ ແລະ ອື່ນໆ ທີ່​ຮັບ​ໃຊ້​​ເຂົ້າ​ໃນ​ວຽກງານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ປະ​ຊາ​ຊົນ​ທົ່ວ​ໄປ.