ສະໜາມຍິງປືນ 5 ເມສາ

ສະໜາມຍິງປືນໃຫຍ່ທີ່ສຸດໃນອາຊີ

ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ ​ເປັນສະຖານທີ່ ຝຶກຊ້ອມກິລາຍິງປືນ ແລະ ສະຖານທີ່ຖ່າຍທອດການແຂ່ງຂັນກິລາຍິງປືນທີ່ມີຂະໜາດໃຫຍ່, ກວມເອົາເນື້ອທີ່ທັງໝົດ 120,000 ຕາລາງແມັດ. ປະຈຸບັນ​ໄດ້ເປັນສະໜາມຍິງປືນທີ່ໃຫຍ່ທີ່ສຸດໃນອາຊີ. ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ ​ໄດ້​ສ້າງ​ຕັ້ງ​​ຂຶ້ນໂດຍ​ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ຮ່ວມກັບ ບໍລິສັດ ທີ່ປຶກສາ ດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ​ໃນ​ປີ 2016, ມີບັນດາສິ່ງອໍານວຍຄວາມສະດວກທີ່ກ້າວໜ້າທັນສະໄໝ, ມີ​ປະ​ເພດ​ປືນທີ່ຫຼາກຫຼາຍ ​ພາຍ​ໃຕ້ການຄຸ້ມຄອງ​ແບບມືອາຊີບ.

ພວກ​ເຮົາມີປືນພົກ, ປືນລູກຊອງ, ປືນ rifle ແລະ ປືນສັ້ນ, ປືນສີ ແລະ ຍັງ​ມີ​ກິລາຍິງທະນູອີກດ້ວຍ. ສະໜາມຍິງປືນຂອງພວກ​ເຮົາມີເດີ່ນທີ່ມີໄລຍະຍິງ 200 ແມັດ ຈໍານວນ 10 ແຫ່ງ; ໄລຍະຍິງ 100 ແມັດ 10 ແຫ່ງ; ໄລຍະຍິງ 50 ແມັດ 10 ແຫ່ງ; ໄລຍະຍິງ 25 ແມັດ 8 ແຫ່ງ; ສະໜາມຝຶກອົບຮົມ IPSC 20 ແຫ່ງ, ສະໜາມຍິງປືນສີ 2 ແຫ່ງ ແລະ ສະໜາມຍິງເປົ້າບິນ 1 ​ແຫ່ງ.

ພວກເຮົາມີຄູຝຶກທີ່ເປັນມືອາຊີບ, ພ້ອມດ່ຽວກັນນັ້ນ ​ແຕ່ລະ​ປີ​ຍັງໄດ້ມີການຈັດການແຂ່ງຂັນຍິງແບບມືອາຊີບຫຼາຍຄັ້ງເຊັ່ນ: IPSC, IDPA. ນອກຈາກນັ້ນ, ພວກເຮົາຍັງໄດ້ຈັດການຝຶກອົບຮົມພິເສດໃຫ້ກັບທະຫານ ແລະ ຕຳຫຼວດລາວເປັນປະຈຳ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ເປັນໜຶ່ງໃນສະໜາມຍິງປືນມືອາຊີບທີ່ປອດໄພ ແລະໃຫຍ່ທີ່ສຸດໃນອາຊີ.