Laos International Development

ໂຄງການ(LID) ສ້າງຕັ້ງໂດຍບໍລິສັດ ພັດທະນາລາວ ສາກົນ ຈຳກັດ, ພື້ນທີ່ທັງໝົດຂອງໂຄງການລວມມີ 11ເຮັກຕາ, ເນື້ອທີ່ການກໍ່ສ້າງທັງໝົດແມ່ນ520 000㎡, ໃນນັ້ນພື້ນທີ່ການກໍ່ສ້າງເທິງໜ້າດິນລວມມີ 380 000㎡, ພື້ນທີ່ການກໍ່ສ້າງໃຕ້ດິນແມ່ນ 140 000㎡,ປັດຈຸບັນພວກເຮົານໍາສະເໜີຂາຍແມ່ນໂຄງການໄລຍະທໍາອິດ, ເນື້ອທີ່ການກໍ່ສ້າງໂຄງການໄລຍະທໍາອິດແມ່ນ160000㎡ ແມ່ນເນື້ອທີ່ການກໍ່ສ້າງສູນການຄ້າສາກົນຄົບວົງຈອນ, ເຊິ່ງແບ່ງອອກເປັນ3ໂຊນ,ສູນການຄ້າສາກົນໂຊນ A ຊັ້ນໃຕ້ດິນ ຫາຊັ້ນ 3 ແມ່ນສູນການຄ້າPARKSON, ຊັ້ນໃຕ້ດິນແມ່ນຊຸບເປີມາເກັດ ແລະ ສູນອາຫານເຊິ່ງໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ, ຊັ້ນ1- ຊັ້ນ3ແມ່ນສູນລວມຮ້ານຄ້າທີ່ເປັນແບຣນຊັ້ນນໍາ ແລະ ແບຣນແຟນຊາຍທີ່ມີຊື່ສຽງຈາກທົ່ວທຸກມຸມໂລກ ຮ້ານກາເຟ,ຮ້ານຟາດສຟູ໊ດ ແລະ ສູນອອກກໍາລັງກາຍໃນຮົ່ມ ວີໄອພີ ຟິດເນັດ. ຊັ້ນ 4 ແມ່ນສູນລວມເຄື່ອງໃຊ້ໄຟຟ້າ ອີເຣັກໂທຣນິກ, ຫ້ອງຮຽນເສີມທັກສະການຮຽນຮູ້ສໍາລັບເດັກ, ສູນ VR 1000 ຕາລາງແມັດ. ຊັ້ນ 5 ແມ່ນ ໂຮງຮູບເງົາທີ່ໃຫ່ຍທີ່ສຸດໃນນະຄອນຫຼວງວຽງຈັນ ມີທັງໝົດ 8 ໂຮງ,ຮ້ານເກມ ຢຸນນານ, ຮ້ານອາຫານ ແລະ ຮ້ານກາເຟທີ່ມີຊື່ສຽງ.

ບ໋ອກ B ເປັນສູນການຄ້າອາຊຽນ (scene whole sale) ຊັ້ນໃຕ້ດິນມີໂຊນອາຫານ ແລະ ຮ້ານຄ້າໜ້າຊຸບເປີມາເກັດ, ຊັ້ນ1 ແມ່ນຮ້ານຄ້າທົ່ວໄປ ມີຮ້ານຜ້າໄໝລາວ-ເຄື່ອງຫັດຖະກໍາ, ໜ່ວຍບໍລິການລູກຄ້າຂອງທະນາຄານ (BCEL, PSV, Maruhan) ແລະ ເຄື່ອຄ່າຍໂທລະຄົມຕ່າງໆ ເປັນຕົ້ນ; ຊັ້ນ2 ຮ້ານຂາຍເຄື່ອງປະດັບເອ້ຍ້ອງ-ວັດຖຸມີຄ່າຕ່າງໆ (ຮ້ານຄໍາພູວົງ, ຮ້ານເພັດບຸນເຕັມ, ສໍາລານ, ສີດາ ແລະ ອື່ນໆ), ຫ້ອງການ ແລະ ໜ່ວຍບໍລິການທະນາຄານ, ຊັ້ນ 3 ຮ້ານເຄື່ອງໃຊ້ໃຊ້ວິດປະຈໍາວັນ, ເຄື່ອງໃຊ້ໃນຄົວເຮືອນ, ເສື້ອຜ້າ, ເກີບ, ກະເປົາ; ຊັ້ນ4 ແມ່ນໂຊຣູມເຟີນິເຈີເຄື່ອງຕົບແຕ່ງບ້ານ ຂອງ ໄອເຟີນິເຈີ ເປີດໃຫ້ບໍລິການແລ້ວ, ຊັ້ນ 5 ແມ່ນ ສວນສະໜຸກໃນຮົ່ມສໍາລັບເດັກທີ່ໃຫຍ່ທີ່ສຸດໃນລາວ ຟັນເດີແລນ ທີ່ເປີດໃຫ້ບໍລິການແລ້ວ ແລະ ຫ້ອງຮຽນເສີມທັກສະເດັກ ຕົ້ນຮັກ ສະມາດແບຣນ. ໂຊນ C ຊັ້ນໃຕ້ດິນແມ່ນບ່ອນຈອດລົດໃນຮົ່ມ ສາມາດຈອດໄດ້ເຖິງ 500 ຄັນ, ຊັ້ນ 1 ຫາ ຊັ້ນ 4 ປະຈຸບັນມີແຜນເຮັດຮ້ານຄ້າປອດພາສີ, ຮ້ານເຄື່ອງແບຣນເນມເອົ້າເລັດ ແລະ ສິນຄ້າກິຟຊ໋ອບ ແລະ ອື່ນໆ. ຊັ້ນ5 ມີຮ້ານອາຫານພາສາລາວ, ຫ້ອງບັນເທິງດີພາສ (DPlus), ຕົ່ງຟ່າງສະປາ ເຊິ່ງປະຈຸບັນໄດ້ເປີດເປັນທາງການແລ້ວ.

ພາກສ່ວນຂອງອາພາກເມັ້ນ ແມ່ນຕັ້ງຢູ່ທາງທິດເໜືອຂອງໂຊນ A ກວມເອົາເນື້ອທີ່ປະມານ 1,300 m2,ເນື້ອທີ່ກໍ່ສ້າງ ປະມານ 23,000 m2 ມີທັງໝົດ 23 ຊັ້ນ, ຊັ້ນທີ 1 ແມ່ນຮ້ານຄ້າ ແລະ ລ໋ອບບີ້, ເນື້ອທີ່ຕໍ່ຫ້ອງແມ່ນ 72 - 140 m2, ຊັ້ນທີ 2 ຫາ 3 ແມ່ນຫ້ອງການ, ເນື້ອທີ່ກໍ່ສ້າງໝົດຂອງຊັ້ນນີ້ແມ່ນ 1,100 m2, ຊັ້ນທີ 4 ແມ່ນ ຫ້ອງອອກກຳລັງກາຍ ແລະ ສະລອຍນ້ຳ, ຊັ້ນ 5 - 23 ແມ່ນອາພາກເມັ້ນແບບໂຮງແຮມ ເນື້ອທີ່ 43 - 73 m2, ຫ້ອງຫຼັກໆແມ່ນຈະເປັນຫ້ອງທີ່ມີຂະໜາດ 43.73 m2 ປະກອບມີ 1 ຫ້ອງນອນ, 1 ຫ້ອງຮັບແຂກ, 1 ຫ້ອງນ້ຳ ທີ່ໄດ້ອອກຕົບແຕ່ງໂດຍ ເຟີນິເຈີຈົບງາມ. ນອກຈາກນັ້ນຍັງມີຫ້ອງຂະໜາດ 68 - 75 m2 ຈຳນວນໜຶ່ງ ແລະ ຫ້ອງຂະໜາດໃຫຍ່ 87 m2. ປະຈຸບັນແມ່ນສາມາດມອບຫ້ອງ ແລະ ເຂົ້າຢູ່ໄດ້ແລ້ວ.