ໂຄງການບໍ່ຄຳພູວົງ

ໂຄງການບໍ່ຄຳພູວົງ: ເປັນໂຄງການບໍ່ຄຳ ແຫ່ງທີ 2 ທີ່ທາງບໍລິສັດໄດ້ຮັບຄວາມໄວ້ວາງໃຈຈາກລັດຖະບານແຫ່ງ ສປປ ລາວ ແລະ ຍັງເປັນໂຄງການທີ່ໄດ້ຮ່ວມມືກັບ Yunnan Gold Mining Group Co., Ltd ຊຶ່ງເປັນບໍລິສັດອັນດັບຕົ້ນໆໃນ ສປ ຈີນ.

ໃນວັນທີ 28/5/2020 ບໍລິສັດ ປີຊາໄຊ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ແລະ Yunnan Gold Mining Group Co., Ltd ໄດ້ຮ່ວມກັນເຊັນສັນຍາກັບ ລັດຖະບານແຫ່ງ ສປປ ລາວ ເຊິ່ງຕາງໜ້າໂດຍ ກະຊວງແຜນການ ແລະ ການລົງທຶນ, ໂດຍມີຈຸດປະສົງເພື່ອຊອກຄົ້ນ ແລະ ສຳຫຼວດແຮ່ຄຳ ແລະ ແຮ່ຕິດພັນ ຢູ່ເຂດບ້ານວັງແຄນ, ເມືອງພູວົງ, ແຂວງອັດຕະປື, ໃນເນື້ອທີ່ 188.96 ກມ2 ແລະ ມີອາຍຸສັນຍາ 84 ເດືອນ.

ໃນວັນທີ 19/11/2020 ໄດ້ຮັບໃບອະນຸຍາດລົງທຶນສ້າງຕັ້ງບໍລິສັດໂຄງການ “ບໍລິສັດ ພູວົງ ມາຍນີ້ງ ຈຳກັດ”, ສະບັບເລກທີ 042-2020/ກຜທ.ລທ3.
ໃນວັນທີ 4/12/2020 ໄດ້ຮັບໃບອະນຸຍາດຊອກຄົ້ນແຮ່ທາດ ຈາກກົມທໍລະນີສາດ, ສະບັບເລກທີ 1742/ພບ.ກທຮ.