ໂຄງການບໍ່ຄຳປະເລ່

ແມ່ນໂຄງການຂຸດຄົ້້ນບໍ່ຄໍາແຫ່ງທໍາອິດທີ່ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ໄດ້ລົງທຶນຢູ່ໃນ ສປປ ລາວ, ເປັນອີກໂຄງການໜຶ່ງ ທີ່ລັດຖະບານ ສປປ ລາວ ໃຫ້ຄວາມໄວ້ວາງໃຈ ແລະ ອະນຸມັດໃຫ້ແກ່ນັກລົງທຶນ. ບໍລິສັດມີເປົ້າໝາຍທີ່ຈະພັດທະນາໂຄງການດັ່ງກ່າວໃຫ້ກາຍເປັນໂຄງການຕົວແບບ ພ້ອມທັງເປັນຕົວແທນໃຫ້ແກ່ພາບລັກການສົ່ງອອກສິນຄ້າແຮ່ທາດຂອງປະເທດລາວ.

ໃນວັນທີ 11/09/2018 ບໍລິສັດ ລາວ ໄອເອັດຈ໌ຊີ ມາຍນິງ ຈຳກັດຜູ້ດຽວ ແລະ ລັດວິສະຫະກິດ ພັດທະນາແຮ່ທາດລາວ ໄດ້ເຊັນສັນຍາຮ່ວມກັບ ລັດຖະບານແຫ່ງ ສປປ ລາວ ເຊິ່ງຕາງໜ້າໂດຍ ກະຊວງແຜນການ ແລະ ການລົງທຶນ, ໂດຍມີຈຸດປະສົງເພື່ອຊອກຄົ້ນ ແລະ ສຳຫຼວດແຮ່ຄຳ ຢູ່ເຂດບ້ານປະເລ່, ເມືອງກະລຶມ, ແຂວງເຊກອງ, ໃນເນື້ອທີ່ 200ກມ2 ແລະ ມີອາຍຸສັນຍາ 84 ເດືອນ.

ໃນວັນທີ 26/11/2018 ໄດ້ຮັບໃບອະນຸຍາດລົງທຶນຂອງບໍລິສັດໂຄງການ “ບໍລິສັດ ເຊກອງ ບໍ່ແຮ່ ຈຳກັດ”, ສະບັບເລກທີ 054-18/ກຜທ.ລທ3.
ໃນວັນທີ 25/1/2019 ໄດ້ຮັບໃບທະບຽນວິສະຫະກິດຂອງບໍລິສັດໂຄງການ “ບໍລິສັດ ເຊກອງ ບໍ່ແຮ່ ຈຳກັດ” ສະບັບເລກທີ 0090/ຈທວ.