ໂຄງການຫີນອ່ອນມາໂບ ຫຼວງນ້ຳທາ.

ໂຄງການຫີນອ່ອນມາໂບ ຫຼວງນ້ຳທາ.

ບໍລິສັດດຳເນີນທຸລະກິດໂດຍຍຶດໝັ້ນໃນແນວທາງ “ອີງໃສ່ປະເທດລາວເປັນຫຼັກ, ເພິ່ງອາໄສປະເທດຈີນ ແລະ ກ້າວໄປສູ່ສາກົນ”, ມີຄວາມມຸ້ງໝັ້້ນຕັ້ງໃຈທີ່ຈະສ້າງບໍລິສັດໃຫ້ເປັນຜູ້ດໍາເນີນທຸລະກິດວັດສະດຸແຮ່ຫີນທີ່ໃຫຍ່ທີ່ສຸດໃນ ສປປ ລາວ ກໍ່ຄືໃນອາຊິຕາເວັນອອກສ່ຽງໃຕ້.

ອີງໃສ່ຄວາມຕ້ອງການ ແລະ ການແຂ່ງຂັນທາງການຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ, ບໍລິສັດໄດ້ກຳນົດຕະຫຼາດທິ່ເປັນເປົ້າໝາຍຂອງຜະລິດຕະພັນຈາກໂຄງການຄື: ເນັ້ນໜັກເຈາະກຸ່ມຕະຫຼາດທີ່ມີລະບົບເສດຖະກິດທີ່ພັດທະນາແລ້ວເປັນຫຼັກ ເຊັ່ນປະເທດຈີນ, ແລ້ວສືບຕໍ່ຂະຫຍາຍໄປສູ່ຕະຫຼາດເປົ້້າໝາຍໃນປະເທດໃກ້ຄຽງ.

ໃນວັນທີ 19/1/2021 ບໍລິສັດ ລາວ ໄອເອັດຈ໌ຊີ ມາຍນິງ ຈຳກັດຜູ້ດຽວ ໄດ້ເຊັນ ບົດບັນທຶກຄວາມເຂົ້າໃຈ (MOU) ກັບ ພະແນກແຜນການ ແລະ ການລົງທຶນ, ແຂວງຫຼວງນ້ໍາທາ ວ່າດ້ວຍການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນສຳປະທານຂຸດຄົ້ນຫີນອ່ອນມາໂບ ຢູ່ເຂດບ້ານຜາແດງ, ເມືອງສິງ, ແຂວງຫຼວງນ້ຳທາ, ໃນເນື້ອທີ່ 4 ເຮັກຕາ.
ໃນວັນທີ 19/1/2021 ບໍລິສັດ ປີຊາໄຊ ຖືຮຸ້ນ ຈຳກັດຜູ້ດຽວ (ຊຶ່ງເປັນບໍລິສັດລຸກຂອງ ກຸ່ມບໍລິສັດ IHC) ໄດ້ເຊັນ MOU ກັບ ພະແນກແຜນການ ແລະ ການລົງທຶນ, ແຂວງຫຼວງນໍ້າທາ ວ່າດ້ວຍການຊອກຄົ້ນ, ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນສຳປະທານຂຸດຄົ້ນຫີນອ່ອນມາໂບ ຢູ່ເຂດບ້ານຜາແດງ, ເມືອງສິງ, ແຂວງຫຼວງນ້ຳທາ, ໃນເນື້ອທີ່ 4 ເຮັກຕາ.
ໃນວັນທີ 11/3/2021: ບໍລິສັດ ລາວ ໄອເອັດຈ໌ຊີ ມາຍນິງ ຈຳກັດຜູ້ດຽວ ໄດ້ຮັບໃບອະນຸຍາດສຳຫຼວດຫີນອ່ອນມາໂບ, ສະບັບເລກທີ 103/ພບຂ.
ໃນວັນທີ 11/3/2021: ບໍລິສັດ ປີຊາໄຊ ຖືຮຸ້ນ ຈຳກັດຜູ້ດຽວ ໄດ້ຮັບໃບອະນຸຍາດສຳຫຼວດຫີນອ່ອນມາໂບ, ສະບັບເລກທີ 102/ພບຂ.