ໂຄງການຫີນອ່ອນມາໂບ ຫຼວງພະບາງ.

ບໍລິສັດດຳເນີນທຸລະກິດໂດຍຍຶດໝັ້ນໃນແນວທາງ “ອີງໃສ່ປະເທດລາວເປັນຫຼັກ, ເພິ່ງອາໄສປະເທດຈີນ ແລະ ກ້າວໄປສູ່ສາກົນ”, ມີຄວາມມຸ້ງໝັ້້ນຕັ້ງໃຈທີ່ຈະສ້າງບໍລິສັດໃຫ້ເປັນຜູ້ດໍາເນີນທຸລະກິດວັດສະດຸແຮ່ຫີນທີ່ໃຫຍ່ທີ່ສຸດໃນ ສປປ ລາວ ກໍ່ຄືໃນອາຊິຕາເວັນອອກສ່ຽງໃຕ້.

ອີງໃສ່ຄວາມຕ້ອງການ ແລະ ການແຂ່ງຂັນທາງການຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ, ບໍລິສັດໄດ້ກຳນົດຕະຫຼາດທິ່ເປັນເປົ້າໝາຍຂອງຜະລິດຕະພັນຈາກໂຄງການຄື: ເນັ້ນໜັກເຈາະກຸ່ມຕະຫຼາດທີ່ມີລະບົບເສດຖະກິດທີ່ພັດທະນາແລ້ວເປັນຫຼັກ ເຊັ່ນປະເທດຈີນ, ແລ້ວສືບຕໍ່ຂະຫຍາຍໄປສູ່ຕະຫຼາດເປົ້້າໝາຍໃນປະເທດໃກ້ຄຽງ.

ໃນວັນທີ 11/9/2020: ບໍລິສັດ ລາວ ໄອເອັດຈ໌ຊີ ມາຍນິງ ຈຳກັດຜູ້ດຽວ ໄດ້ເຊັນສັນຍາ ກັບ ພະແນກແຜນການ ແລະ ການລົງທຶນ, ແຂວງຫຼວງພະບາງ ວ່າດ້ວຍການລົງທຶນຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນມາໂບ ຢູ່ເຂດບ້ານແດນສະຫວ່າງ, ນະຄອນ ຫຼວງພະບາງ, ແຂວງຫຼວງພະບາງ, ໃນເນື້ອທີ່ 4 ເຮັກຕາ.

ໃນວັນທີ 17/9/2020 ໄດ້ຮັບໃບອະນຸຍາດລົງທຶນຂຸດຄົ້ນຫີນອ່ອນມາໂບ ຈາກພະແນກແຜນການ ແລະ ການລົງທຶນ, ແຂວງຫຼວງພະບາງ, ສະບັບເລກທີ 1050/ພຜທ.ຫຼບ.

ໃນວັນທີ 3/11/2020 ບໍລິສັດ ປີຊາໄຊ ຖືຮຸ້ນ ຈຳກັດຜູ້ດຽວ (ຊຶ່ງເປັນບໍລິສັດລຸກຂອງ ກຸ່ມບໍລິສັດ IHC) ໄດ້ເຊັນສັນຍາກັບ ລັດຖະບານແຫ່ງ ສປປ ລາວ ເຊິ່ງຕາງໜ້າໂດຍ ກະຊວງແຜນການ ແລະ ການລົງທຶນ, ໂດຍມີຈຸດປະສົງເພື່ອຂະຫຍາຍເພື່ອເນື້ອທີ່ໃນການສຳຫຼວດຫີນມາໂບ ຢູ່ເຂດບ້ານແດນສະຫວ່າງ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ໃນເນື້ອທີ່ 8,78 ກມ2 ແລະ ມີອາຍຸສັນຍາ 60 ເດືອນ.

ໃນວັນທີ 8/12/2020 ໄດ້ຮັບໃບອະນຸຍາດລົງທຶນສ້າງຕັ້ງບໍລິສັດໂຄງການ “ບໍລິສັດ ໄອເອັດຈ໌ຊີ ຫຼວງພະບາງ ມາໂບ ຈຳກັດຜູ້ດຽວ”, ສະບັບເລກທີ 049-2020/ກຜທ.ລທ3.

ໃນວັນທີ 12/1/2021 ໄດ້ຮັບໃບທະບຽນວິສະຫະກິດຂອງບໍລິສັດໂຄງການ “ບໍລິສັດ ໄອເອັດຈ໌ຊີ ຫຼວງພະບາງ ມາໂບ ຈຳກັດຜູ້ດຽວ” ເລກທີ 0053/ຈທວ.

ໃນວັນທີ 2/2/2021 ໄດ້ຮັບໃບອະນຸຍາດສຳຫຼວດຫີນອ່ອນມາໂບ ສະບັບເລກທີ 266/ພບ.ກທຮ.