ໂຄງການສາຍສົ່ງໄຟຟ້າແຮງດັນສູງ ທ່າວຽງ - ທ່າບົກ ຂະໜາດ 230kV

ໂຄງການສາຍສົ່ງໄຟຟ້າແຮງດັນສູງ ທ່າວຽງ - ທ່າບົກ 230 KV ທີ່ຕັ້ງຢູ່ ແຂວງໄຊສົມບູນ ແລະ ແຂວງ ບໍລິຄໍາໄຊ ທາງພາກກາງຂອງ ສປປ ລາວ, ທີ່ມູນຄ່າສັນຍາປະມານ 1,130,002,300 ໂດລາສະຫະລັດ, ການກໍ່ສ້າງໂຄງການດັ່ງກ່າວແມ່ນເພື່ອສົ່ງກະແສໄຟອອກຈາກໂຄງການເຂື່ອນໄຟຟ້ານໍ້າງຽບ 2. ໂຄງການດັ່ງກ່າວປະກອບມີການຍົກລະດັບງສອງສະຖານີໄຟຟ້າ ຂະໜາດ 230 KV ຄືສະຖານີໄຟຟ້າທ່າວຽງ ແລະ ສະນີໄຟຟ້າທ່າບົກ, ພ້ອມທັງກໍ່ສ້າງສາຍສົ່ງແຮງດັນສູງ 230 KV, ໄລຍະທາງລະຫວ່າງສອງສະຖານີປະມານ 154.3 km. ສ່ວນການກໍ່ສ້າງ ສາຍສົ່ງແມ່ນດຳເນີນການໂດຍບໍລິສັດທີ່ປຶກສາ ດ້ານການລົງທືນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈໍາກັດຜູ້ດຽວ.

ໂຄງການສາຍສົ່ງຕາຂ່າຍໄຟຟ້າແຮງດັນສູງ 230 KV ດັ່ງກ່າວເຮັດໜ້າທີ່ເປັນກະູດສັນຫຼັງໃນການເຊື່ອມຕໍ່ຕາຂ່າຍໄຟຟ້າລະຫວ່າງພາກເໜືອ ແລະ ພາກກາງໃນ ສປປ ລາວ, ໃນໄລຍະຜ່ານມານີ້ແມ່ນເຮັດໜ້າທີ່ສົ່ງກະແສໄຟຟ້າ ຈໍານວນ 4 ເຂື່ອນຄື: ເຂື່ອນໄຟຟ້າ ນໍ້າງຽບ (180MW), ນໍ້າຈຽງ HPP ( 100MW), ນໍ້າຊັນ 3 (114MW) ແລະ ນໍ້າປອດ (20MW) ເພື່ອນໍາສົ່ງກະແສໄຟຟ້າໄປສູ່ສູນໃຫຍ່ນະຄອນຫຼວງວຽງຈັນ ແລະ ປະເທດໄທ. ທັດສະນະໃນການພັດຖະນາໃນໄລຍາຍາວ ສາມາດຕອບສະໜອງຄວາມຕ້ອງການໃນການສົ່ງກະແສໄຟຟ້າຈາກບາງເຂື່ອນໄຟຟ້າໃນພາກເໜືອຂອງ ສປປ ລາວ (ປະມານ 600MW) ໄປນະຄອນຫຼວງວຽງຈັນ ແລະ ປະເທດໄທ. ເຊິ່ງຊ່ວຍແກ້ໄຂບັນຫາການສົ່ງກະແສໄຟຟ້າຈາກເຂືາອນໄຟຟ້າໃນພາກເໜືອຂອງລາວ ໄປຫາ ນະຄອນຫຼວງວຽງຈັນ, ປະເທດໄທ ແລະ ສະຖານນີໄຟຟ້າທີ່ສໍາຄັນອື່ນໆ ແລະ ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາອຸດສາຫະກຳພະລັງງານຂອງລາວ, ການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ, ການພັດທະນາຂອງຊົນບັນດາເຜົ່າໃນ ປະເທດລາວ ແລະ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ.