ໂຄງການຫີນອ່ອນມາໂບ ຫົວພັນ.

ບໍລິສັດດຳເນີນທຸລະກິດໂດຍຍຶດໝັ້ນໃນແນວທາງ “ອີງໃສ່ປະເທດລາວເປັນຫຼັກ, ເພິ່ງອາໄສປະເທດຈີນ ແລະ ກ້າວໄປສູ່ສາກົນ”, ມີຄວາມມຸ້ງໝັ້້ນຕັ້ງໃຈທີ່ຈະສ້າງບໍລິສັດໃຫ້ເປັນຜູ້ດໍາເນີນທຸລະກິດວັດສະດຸແຮ່ຫີນທີ່ໃຫຍ່ທີ່ສຸດໃນ ສປປ ລາວ ກໍ່ຄືໃນອາຊິຕາເວັນອອກສ່ຽງໃຕ້.

ອີງໃສ່ຄວາມຕ້ອງການ ແລະ ການແຂ່ງຂັນທາງການຕະຫຼາດຢູ່ພາຍໃນ ແລະ ຕ່າງປະເທດ, ບໍລິສັດໄດ້ກຳນົດຕະຫຼາດທິ່ເປັນເປົ້າໝາຍຂອງຜະລິດຕະພັນຈາກໂຄງການຄື: ເນັ້ນໜັກເຈາະກຸ່ມຕະຫຼາດທີ່ມີລະບົບເສດຖະກິດທີ່ພັດທະນາແລ້ວເປັນຫຼັກ ເຊັ່ນປະເທດຈີນ, ແລ້ວສືບຕໍ່ຂະຫຍາຍໄປສູ່ຕະຫຼາດເປົ້້າໝາຍໃນປະເທດໃກ້ຄຽງ.

ໃນວັນທີ 7/3/2019: ບໍລິສັດ ລາວ ໄອເອັດຈ໌ຊີ ມາຍນິງ ຈຳກັດຜູ້ດຽວ ໄດ້ເຊັນສັນຍາ ກັບ ພະແນກແຜນການ ແລະ ການລົງທຶນ, ແຂວງຫົວພັນ ວ່າດ້ວຍການລົງທຶນຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນມາໂບ ຢູ່ເຂດບ້ານນ້ຳອີ້ນ, ເມືອງຊຳໃຕ້, ແຂວງຫົວພັນ ໃນເນື້ອທີ່ 4 ເຮັກຕາ.

ໃນວັນທີ 23/4/2020 ໄດ້ຮັບໃບອະນຸຍາດຂຸດຄົ້ນຫີນອ່ອນມາໂບ ຈາກພະແນກພະລັງງານ ແລະ ບໍ່ແຮ່, ແຂວງຫົວພັນ, ສະບັບເລກທີ 382/ພບ.ຫພ.

ໃນວັນທີ 28/2/2020 ບໍລິສັດ ລາວ ໄອເອັດຈ໌ຊີ ມາຍນິງ ຈຳກັດຜູ້ດຽວ ໄດ້ເຊັນສັນຍາກັບ ລັດຖະບານແຫ່ງ ສປປ ລາວ ເຊິ່ງຕາງໜ້າໂດຍ ກະຊວງແຜນການ ແລະ ການລົງທຶນ, ໂດຍມີຈຸດປະສົງເພື່ອຂະຫຍາຍເນື້ອທີ່ໃນການຊອກຄົ້ນ ແລະ ສຳຫຼວດຫີນມາໂບ ຢູ່ເຂດບ້ານນ້ຳອີ້ນ, ເມືອງຊຳໃຕ້, ແຂວງຫົວພັນ, ໃນເນື້ອທີ່ 52.02 ກມ2 ແລະ ມີອາຍຸສັນຍາ 84 ເດືອນ.

ໃນວັນທີ 31/3/2020 ໄດ້ຮັບໃບອະນຸຍາດລົງທຶນສ້າງຕັ້ງບໍລິສັດໂຄງການ “ບໍລິສັດ ລາວ ໄອເອັດຈ໌ຊີ ມາໂບ ຈຳກັດຜູ້ດຽວ”, ສະບັບເລກທີ 010-2020/ກຜທ.ລທ3.

ໃນວັນທີ 28/4/2020 ໄດ້ຮັບໃບທະບຽນວິສະຫະກິດຂອງບໍລິສັດໂຄງການ “ບໍລິສັດ ລາວ ໄອເອັດຈ໌ຊີ ມາໂບ ຈຳກັດຜູ້ດຽວ” ເລກທີ 0584/ຈທວ.

ໃນວັນທີ 23/7/2020 ໄດ້ຮັບໃບອະນຸຍາດຊອກຄົ້ນຫີນອ່ອນມາໂບ ສະບັບເລກທີ 974/ພບ.ກທຮ.

ໃນວັນທີ 2/2/2021 ໄດ້ຮັບໃບອະນຸຍາດສຳຫຼວດຫີນອ່ອນມາໂບ ສະບັບເລກທີ 265/ພບ.ກທຮ.