ບໍລິສັດ ຜະລິດຢາ ໂກເດັນ ວິດສະດອມ ຮ່ອງກົງ ຈຳກັດ

ບໍລິສັດ ຜະລິດຢາ ໂກເດັນ ວິດສະດອມ ຮ່ອງກົງ ຈຳກັດ ໄດ້ເຂົ້າຮ່ວມໃນການດຳເນີນງານ ກັບບັນດາວິສາຫະກິດການຢາຫຼາຍໆແຫ່ງໃນປະເທດຈີນ, ດ້ວຍຮູບແບບຜະລິດຕະພັນທີ່ຫຼາກຫຼາຍ. ບໍລິສັດ ມີ ບັນດາຫ້ອງ R&D ລະດັບສາກົນ ຄົ້ນຄວ້າ ແລະ ພັດທະນາຢາຫຼາຍຊະນິດ. ຂະໜາດການຜະລິດ ແລະ ຂາຍປະຈຳປີບັນລຸຫຼາຍຕື້ຢວນ ເພື່ອຂະຫຍາຍທຸລະກິດ, ບໍລິສັດ ໄດ້ຕັດສິນໃຈລົງທຶນຢູ່ ສປປ ລາວ, ສ້າງ "ບໍລິສັດຊັ້ນນໍາໃນອຸດສາຫະກຳການຢາ" ຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ໄປສູ່ຕໍ່ລະດັບໂລກ.

ບໍລິສັດ ຜະລິດຢາ ໂກເດັນ ວິດສະດອມ ລາວ ຮ່ວມທຶນ ແລະ ສ້າງຕັ້ງຂຶ້ນ ໂດຍ ບໍລິສັດ ຜະລິດຢາ ໂກເດັນ ວິດສະດອມ ຮ່ອງກົງ ຈຳກັດ ແລະ ກຸ່ມບໍລິສັດ IHC ຂອງລາວ. ສ່ວນອຸດສາຫະກຳດັ່ງກ່າວມີເນື້ອທີ່ທັງໝົດ 100,000 ຕາແມັດ, ງົບປະມານການລົງທຶນທັງໝົດ 100 ລ້ານໂດລາສະຫະລັດ, ເຊິ່ງລວມມີ: ອາຄານສູນຄົ້ນຄວ້າ ແລະ ພັດທະນາ, ອາຄານຫໍພັກພະນັກງານ 2 ຫຼັງ, ໂຮງອາຫານ 1 ຫຼັງ ແລະ ສູນກິດຈະກຳ 1 ຫຼັງ ແລະ 9 ໂຮງຜະລິດທີ່ໄດ້ມາດຕະຖານ GMP.

ບໍລິສັດ ນໍາ​ໃຊ້ຕາມມາດຕະຖານຊັ້ນນໍາຂອງສາກົນ​ ໃນ​ການສ້າງບໍລິສັດ ໂດຍລວມການຄົ້ນຄວ້າ ແລະ ພັດທະນາ, ການຜະລິດ ແລະ ການຂາຍຢາຫຼາກຫຼາຍຊະນິດໃຫ້ສາມາດສົ່ງອອກໄປທົ່ວໂລກ, ຕອບສະໜອງຕໍ່ການຮຽກຮ້ອງຂອງນະໂຍບາຍ“ໜຶ່ງແລວໜຶ່ງເສັ້ນທາງ”ດ້ວຍການກະທຳຕົວຈິງ. ປະກອບສ່ວນເຂົ້າໃນການປັບປຸງຍົກລະດັບອຸດສາຫະກຳການຢາຂອງລາວ ແລະ ການປະກອບສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງຖານະຂອງລາວ ໃນອຸດສະຫະກຳການຢາສາກົນ, ທັງເປັນການປະກອບສ່ວນຮັກສາສຸຂະພາບ ແລະ ຄວາມຜາສຸກຂອງປະຊາຊົນ ພ້ອມທັງມິດຕະພາບຈີນ - ລາວ ຕະຫຼອດໄປ.