ສວນຊາ 36

ສວນຊາ 36 ຕັ້ງຢູ່ພາກໃຕ້ຂອງປະເທດລາວ ທີ່ເມືອງ ປາກຊ່ອງ, ແຂວງຈໍາປາສັກ. ເຂດພູພຽງບໍລິເວນ ເປັນເຂດດິນພູເຂົາໄຟເຊິ່ງເປັນເຂດດິນທີ່ດີທີ່ສຸດໃນການປູກຊາ ແລະ ຍັງນອນຢູ່ໃນເຂດພູມອາກາດຊຸ່ມເຢັນ ສົ່ງຜົນໃຫ້ຊາມີລົດຊາດດີເປັນພິເສດ. ພວກເຮົາໄດ້ລົງທຶນກໍ່ສ້າງລະບົບໂຮງງານຜະລິດຊາທີ່ສວນຊາ 36 ປາກຊ່ອງເພື່ອຮັກສາໄວ້ຕົ້ນຊາທ້ອງຖິ່ນຂອງປະຊາຊົນລາວທີ່ມີມານັບພັນປີ ແລະ ພັດທະນາສວນຊາເພື່ອໃຫ້ໄດ້ໃບຊາຄຸນນະພາບດີ ເສີມສ້າງຜະລິດຕະພັນທ້ອງຖິ່ນຂອງລາວ. ສວນຊາ 36 ເປັນບໍລິສັດດຽວໃນລາວທີ່ຜະລິດຊາແ ບບປະສົມປະສານນັບແຕ່ຂັ້ນຕອນການປູກ, ການເກັບ, ການຜະລິດຈົນຮອດການຈຳໜ່າຍ. ໃນເນື້ອທີ່150 ເຮັກຕາຂອງສວນຊາ 36 ປະກອບດ້ວຍຕົ້ນຊາພັນປີ, ຕົ້ນຊາຮ້ອຍປີ, ຕົ້ນໄມ້ກິນໝາກ, ພ້ອມດ້ວຍຕົ້ນກາເຟ. ພວກເຮົາໄດ້ພະຍາຍາມຮັກສາຄວາມສະອາດ ແລະ ສິ່ງແວດລ້ອມເພື່ອໃຫ້ເຂດນີ້ເປັນເຂດນິເວດວິທະຍາສີຂຽວຂອງປະເທດລາວ, ເປັນໜ້າຕາຂອງລາວເຮົາ.

ອ່ານຂໍ້ມູນເພີ່ມຕື່ມ: https://36manor.com